News

ພາບບັນຍາກາດການເຂົ້າຮ່ວມພິທີເຊັນສັນຍາ, ປະຊຸມແຜນການດຳເນີນງານການສຳຫຼວດກ່ອນລິເລິ່ມການກໍ່ສ້າງ ແລະ ການປະຊຸມເຜີຍແຜ່ການສ້າງຄວາມເຂົ້າໃຈຂອງປະຊາຊົນຕໍ່ໂຄງການປັບປຸງຫົວງານ, ສາຍທໍ່ສົ່ງທີ່ຖືກຜົນກະທົບຈາກໄພບິບັດທາງທໍາມະຊາດ ທີ່ເມືອງຫຼາ, ແຂວງອຸດົມໄຊ
ໃນວັນທີ 27-28 ເມສາ 2026 ບໍລິສັດ ອາປາ ອິນຄໍໂປເຣດໄດ້ເຂົ້າຮ່ວມພິທີເຊັນສັນຍາ, ປະຊຸມແຜນການດຳເນີນງານກ່ອນລິເລິ່ມການກໍ່ສ້າງ ພ້ອມທັງການຍ່າງສຳຫຼວດສະໜາມຂອບເຂດໂຄງການທັງໝົດ ເຂດຫົວງານ, ແລວສາຍທໍ່ເຂດທີ່ຖືກຜົນກະທົບເພື່ອ ປະເມີນສະພາບພື້ນທີ່ຈິງ, ກວດກາຄວາມພ້ອມກ່ອນການກໍ່ສ້າງ ແລະ ວາງແຜນການດຳເນີນງານການກໍ່ສ້າງໃຫ້ສອດຄ່ອງກັບສະພາບແວດລ້ອມ
ນອກຈາກນັ້ນ ຍັງໄດ້ຈັດການປະຊຸມເຜີຍແຜ່ ເພື່ອສ້າງຄວາມເຂົ້າໃຈແກ່ປະຊາຊົນ ກ່ຽວກັບໂຄງການປັບປຸງຫົວງານ ແລະ ສາຍທໍ່ສົ່ງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດທີ່ເມືອງຫຼາ, ແຂວງອຸດົມໄຊ ໂດຍທີ່ກ່ອນການດຳເນີນງານກໍ່ສ້າງການປະຊຸມຮ່ວມກັບພໍ່ແມ່ປະຊາຊົນໃນພື້ນທີ່ຖືເປັນຂັ້ນຕອນທີ່ສຳຄັນທີ່ສຸດ ເພາະການພັດທະນາໂຄງລ່າງພື້ນຖານທີ່ດີ ບໍ່ແມ່ນພຽງແຕ່ການກໍ່ສ້າງ, ແຕ່ແມ່ນການສ້າງຄວາມຮ່ວມມື ແລະ ຄວາມເຂົ້າໃຈໄປພ້ອມໆກັນ
On April 27–28, 2026, APA Incorporated participated in the contract signing ceremony and the pre-construction planning meeting, along with field visits to survey the entire project area, including the headworks and pipeline alignments in affected zones
The purpose is to assess actual site conditions, verify readiness before construction, and develop an implementation plan that aligns with the surrounding environment
In addition, a community consultation meeting was conducted to raise awareness and understanding for the Project: Climate adaptation measure for the intake, pipeline and slope stabilization in La District, Oudomxay Province
Prior to construction, engaging with local communities is a crucial step Because good infrastructure development is not just about construction it is about building collaboration and shared understanding







